ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ I ອົງຄະນະພັກກອງພັນໃຫຍ່ລູກສອນໄຟ 621


     ວັນທີ 31 ມັງກອນ 2024 ນີ້, ກອງພັນໃຫຍ່ລູກສອນໄຟ 621 ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ I ອົງຄະນະພັກກອງ
ພັນໃຫຍ່ລູກສອນໄຟ 621 ສະໄໝທີ I ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຄະນະປະຈໍາພັກ ກະຊວງປ້ອງກັນປະ
ເທດ ຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີຄະນະກົມ-ວິຊາການ ຈາກກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ
ບັນດາກົມກອງອ້ອມຂ້າງ, ມີຜູ້ແທນສົມບູນສຳຮອງພ້ອມທັງແຂກຖືກເຊີນເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພັນເອກ ຈູມສີ ສີທະນົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ລູກສອນໄຟ 621 ໄດ້ຂຶ້ນຜ່ານຮ່າງ
ລາຍງານການເມືອງທັງສອງພາກ ເພື່ອຕີລາຄາການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກອງພັນໃຫຍ່ລູກສອນໄຟ 621
ຕະຫລອດໄລຍະ 5 ປີ ທີ່ຜ່ານມາ ເພື່ອໃຫ້ຜູ້ແທນກອງປະຊຸມມີຄໍາເຫັນປັບປຸງຮ່າງລາຍງານການເມືອງດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນ, ຈາກ
ນັ້ນ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກເລືອກ
ຕັ້ງເຂົ້າເປັນຄະນະບໍລິຫານງານພັກກອງພັນໃຫຍ່ລູກສອນໄຟ 621 ສະໄໝທີ I, ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມ
ການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກ ພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ,
ເປັນແບບຢ່າງນຳໜ້າໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກ
ທີ່ຖືກຕ້ອງ, ເຄົາລົບປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ.

     ໂອກາດນີ້, ສະຫາຍ ພົນຕີ ປະສິດ ທຽ່ງທໍາ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ກໍໄດ້ເນັ້ນໜັກ
ໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດ ແລະ ມີການໄຈ້ແຍກລະອຽດ, ຫຼີກລ່ຽງແນວຄິດອະຄະຕິກຸ່ມ
ກ້ອນ, ຈຸ້ມເຈື້ອເຊື້ອສາຍ ສິ່ງສໍາຄັນໃຫ້ເບິ່ງທັດສະນະຄວາມຮູ້ ຄວາມສາມາດນຳພາ-ບັນຊາ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດ
ວຽກທີ່ດີ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງ
ຕົນ ເພື່ອແນໃສ່ເຮັດໃຫ້ການທາບທາມ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກວາງອອກ ເພື່ອຄັດເລືອກເອົາເປົ້າໝາຍທີ່ເໝາະສົມເຂົ້າເປັນ
ຄະນະບໍລິຫານງານພັກ ກອງພັນໃຫຍ່ລູກສອນໄຟ 621 ສະໄໝທີ I ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ຈາກນັ້ນ ຜູ້ແທນສົມບຸນໄດ້ໃຊ້ສິດ
ຂອງຕົນປ່ອນບັດເອົາບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກ ກອງພັນໃຫຍ່ລູກສອນໄຟ 621 ສະໄໝທີ I ແລະ ປ່ອນ
ບັດເອົາຜູ້ແທນສົມບູນ-ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດສະໄໝທີ VI ພ້ອມທັງປະຊາມະຕິຢ່າງ
ເປັນເອກະສັນໄດ້ສຳເລັດຕາມແຜນການ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 02/02/2024